ກິດຈະກຳຂອງພວກເຮົາ

ແນວທາງຂອງພວກເຮົາ

ໃນຂະນະທີ່ພວກເຮົາດຳເນີນງານ ເພື່ອການປົດປ່ອຍຊຸມຊົນ ຊາວເອເຊັຍຕາເວັນອອກສຽງໃຕ້ ຂອງພວກເຮົາ, ພວກເຮົາເຄື່ອນໄປດ້ວຍຄວາມເຂົ້າໃຈວ່ າເສັ້ນທາງໄປເຖິງການປົດປ່ອຍນັ້ນ ຕ້ອງມີຮູບແບບລວມໆ ແລະ ຕອບຮັບກັບບັນຫາ ທີ່ກ່ຽວກັບການຂົ່ມເຫັງແບບຕັດກັນ ໄດ້. ພວກເຮົາປູກຝັງ ແລະ ບຳລຸງແນວພັນ ຂອງ ການປະພຶດ ທີ່ປົ່ງເປັນການປ່ຽນແປງ ໃນໄລຍະສັ້ນ ແລະ ໄລຍະຍາວ ທີ່ຕອບຮັບຄວາມຕ້ອງການທັນທີ ໂດຍ ການບໍຣິການໂດຍກົງ ແລະ ການຖະລົ່ມ ການຂົ່ມເຫັງດ້ານສະຖາບັນ

ໂດຍ ກິດຈະການໃຫຍ່ໆ (ເຊັ່ນ ການສຶກສາ ແລະ ນະໂຍບາຍ). ຄວາມຄາດຄະເນຂອງພວກເຮົາ ແມ່ນເພື່ອ ການປ່ຽນແປງ ແບບຍືນຍົງ ແລະ ເລິກເຊີ່ງ ທີ່ອະນຸມັດ ໃຫ້ຊຸມຊົນ ຊາວເອເຊັຍຕາເວັນອອກສຽງໃຕ້ ສາມາດຈະເຣີນໂດຍຕົວເອງ ພ້ອມດ້ວຍ ການເຂົ້າເຖິງສັບພະຍາກອນ ແລະ  ຄວາມຊ່ວຍເຫຼືອ ຫຼາກຫຼາຍ.


ໂຄງການຕ່າງໆ ຂອງພວກເຮົາ

MN8 ກຳລັງສືບສວນບັນຫາຫຍັງແດ່?

ສົງຄາມຂອງສະຫະຣັດອາເມຣິກາຢູ່ທີ່ຫວຽດນາມ ແລະ ທົ່ວເອເຊັຍຕາເວັນອອກສຽງໃຕ້ນຳດ້ວຍ ໄດ້ສົ່ງຜົນກະທົບຍາວນານ ຕໍ່ຊຸມຊົນຊາວເອເຊັຍຕາເວັນອອກສຽງໃຕ້. ຜົນຮ່ວມທັງ ແຕ່ບໍ່ຈຳກັດເຖິງ ການເຄື່ອນຍ້າຍທີ່ ແລະ ການຕັ້ງຖິ່ນຖານໃໝ່ ຂອງ ຫຼາຍກວ່າ 3 ລ້ານຄົນ. ຊາວເອເຊັຍຕາເວັນອອກສຽງໃຕ້ ຫຼາຍກວ່າ 3.3 ລ້ານຄົນ ອາໄສຢູ່ໃນສະຫະຣັດອາເມຣິກາ ໃນປັດຈຸບັນ ຍ້ອນສົງຄາມນີ້. ສະຫະຣັດອາເມຣິກາ ໄດ້ຍົກຍ້າຍຫຼາຍຄົນ ເຂົ້າໄປອາໄສຢູ່ໃນຄຸ້ມບ້ານ ທີ່ຂາດທຶນ ແລະ ມີຕຳລວດຈັບຜິດຄົນ ເກີນເຫດ ເຊິ່ງແມ່ນບ່ອນທີ່ຊຸມຊົນ ຊາວເອເຊັຍຕາເວັນອອກສຽງໃຕ້ ຕ້ອງໄດ້ດີ້ນຣົນ ກັບຄວາມທຸກຍາກ ແລະ ຄວາມຮຸນແຮງ. ໃນຄຸ້ມບ້ານເຫຼົ່ານີ້, ຕຳລວດວາງເປົ້າໝາຍ, ແອບຈັບຜິດ, ແລະວາງໃຫ້ສະມາຊິກຊຸມຊົນເປັນຜູ້ຮ້າຍ, ເຊິ່ງຈະເຮັດໃຫ້ພວກນີ້ ມີສິດເຂົ້າຂຸກຫຼາຍຂຶ້ນ. ໃນທົດສະວັດທີ່ 1990, ສະພາແຫ່ງຊາດ ຂອງ ສະຫະຣັດອາເມຣິກາ ອອກຫຼາຍກົດໝາຍ ທີ່ວາງເປົ້າໝາຍເປັນ ສະມາຊິກຊຸມຊົນ ທີ່ມີຄະດີຕິດຕົວ, ລວມທັງຜູ້ຢູ່ອາໄສຖາວອນ, ໃຫ້ກັກຂັງ ແລະ ເນຣະເທດ, ບໍ່ແມ່ນວ່າຄະດີ ຈະເກົ່າເທົ່າໃດກໍຕາມ. ໃນທົດສະວັດທີ່ຜ່ານມາ, ສະຫະຣັດອາເມຣິກາ ໄດ້ເພີ່ມສັບພະຍາກອນ ແລະ ຂະຫຍາຍລະບົບການໆ ເນຣະເທດ ຢ່າງຕໍ່ເນື່ອງ ໂດຍໜ່ວຍງານ ICE.

ບັນຫາທີ່ 1

ຊາວເອເຊັຍຕາເວັນອອກສຽງໃຕ້ ແມ່ນເປົ້າໝາຍ ແລະ ໄດ້ຮັບຄວາມເສຍຫາຍ ຈາກການກັກຂັງ ແລະ ການເນຣະເທດ ໂດຍໜ່ວຍງານ ICE.

ບັນຫາທີ່ 2

ຊາວເອເຊັຍຕາເວັນອອກສຽງໃຕ້ ປະເຊີນກັບອຸປະສັກໂຄງຮ່າງ ໃນການໃຊ້ສຽງອອກຄວາມຄິດເຫັນ ແລະ ເຂົ້າຮ່ວມລະບົບການເມືອງຕ່າງໆ ທີ່ກຳນົດອອກແບບສັງຄົມ ຂອງ ພວກເຮົາ.

ບັນຫາທີ່ 3

ຍ້ອນຄວາມຊອກຊ້ຳໃນປະຫວັດສາດ, ຄວາມຍາກຈົນ, ການຈຳແນກກຸ່ມຄ້າຍລັກສະນະພາຍນອກທແບບໂຄງຮ່າງ, ແລະ ຄວາມຮຸນແຮງ, ຊາວເອເຊັຍຕາເວັນອອກສຽງໃຕ້ ມັກຈະດີ້ນຮົນກັບ ການເຂົ້າເຖິງສັບພະຍາກອນ ດ້ານເສດຖະກິດ, ດ້ານສຸຂະພາບຈິດ, ແລະ ຂຸມຊົນ ທີ່ຕ້ອງການ ເພື່ອຄວາມສຸກ ຄວາມຈະເຣີນ ໃນຂຸ້ມບ້ານ ຂອງ ພວກເຂົາເຈົ້າ.