ກິດຈະກຳຂອງພວກເຮົາ

ບັນຫາເລື່ອງ:

ຊາວເອເຊັຍຕາເວັນອອກສຽງໃຕ້ ປະເຊີນກັບອຸປະສັກໂຄງຮ່າງ ໃນການໃຊ້ສຽງ ອອກຄວາມຄິດເຫັນ ແລະ ເຂົ້າຮ່ວມລະບົບການເມືອງຕ່າງໆ ທີ່ກຳນົດອອກແບບສັງຄົມ ຂອງ ພວກເຮົາ.

ລະບົບການເມືອງຕ່າງໆ ຂອງພວກເຮົາ ໃນປັດຈຸບັນ ມີປະຫວັດຍາວນານ ກັບການຖືກຖອນສິດ ແລະ ການສ້າງຄວາມດ້ອຍ ໃຫ້ກັບສະມາຊິກຊຸມຊົນ ຊາວເອເຊັຍຕາເວັນອອກສຽງໃຕ້ ຂອງ ພວກເຮົາ ໂດຍຜ່ານການອອກນະໂຍບາຍ ທີ່ສ້າງຄວາມເສຍຫາຍຕ່າງໆ. ນີ້ລວມທັງ ອຸປະສັກໂຄງຮ່າງ ເຊັ່ນ ຂໍ້ມູນດ້ານການສຶກສາ ກ່ຽວກັບ ລະບົບການເມືອງຕ່າງໆ ທີ່ເປັນພາສາເອເຊັຍຕາເວັນອອກສຽງໃຕ້ ຕ່າງໆ, ການນຳຮັບສົ່ງບຸກຄົນ ໄປມາຈາກສູນເລືອກຕັ້ງ, ແລະ ການຂາດການປ່ຽນແປງ ທີ່ສຳພັດໄດ້ ຕ່າງໆ. ເນື່ອງຈານນີ້, ຊາວເອເຊັຍຕາເວັນອອກສຽງໃຕ້ ມັກຈະຮູ້ສຶກບໍ່ມີພະລັງ ທີ່ຈະເຂົ້າຮ່ວມການເມືອງ ແລະ ການຈັດຕັ້ງຊຸມຊົນ.

ວິທີການ ແກ້ບັນຫາ ຂອງ ພວກເຮົາ:

ການສຶກສາ

ພວກເຮົາສ້າງພື້ນຖານ ລວມທັງຊາວຂະເໝນ ແລະ ຊາວເອເຊັຍຕາເວັນອອກສຽງໃຕ້ ອື່ນໆ ຜູ້ເຂົ້າການເມືອງ ໄດ້

1. ການຈັດງານ ການສຶກສາການເມືອງ, ຄລີນິກນິຕິກັມ, ແລະ ການຝຶກອົບຮົມ ໃຫ້ຮຽນຮູ້ສິດທິຕ່າງໆ ຂອງ ທ່ານ

MN8 ມີຫຼາຍສຳມະນາ ທີ່ໃຫ້ຄວາມຮູ້ທາງດ້ານນິຕິກັມ ແລະ ການວິເຄາະດ້ານການເມືອງ ໃຫ້ແກ່ຊຸມຂົນ. ດ້ວຍງານຈັດ ດັ່ງກ່າວນີ້, ສະມາຊິກຊຸມຊົນ ຊາວເອເຊັຍຕາເວັນອອກສຽງໃຕ້ ຈະກາຍເປັນບຸກຄົນ ທີ່ໃສ່ໃຈກັບທຸກເລື່ອງ ແລະ ຮູ້ສຶກມີພະລັງຫຼາຍຂຶ້ນ. Tພວກເຂົາເຈົ້າ ຈະມີຄວາມເຂົ້າໃຈ ໃນວິທີລົງຄະແນນສຽງ ໃຫ້ຜູ້ນຳຕ່າງໆ ທີ່ຈະເປັນຜູ້ແທນແທ້ໆ ຂອງຊຸມຊົນ. ພວກເຂົາເຈົ້າ ຈະຮູ້ຈັກວິທີການເຂົ້າຮ່ວມຂະບວນການເຄື່ອນໄຫວ ແລະ ວິທີການຈັດຕັ້ງໃນຊຸມຊົນ ຂອງ ພວກເຂົາເຈົ້າ.

2. ການໃຫ້ພະລັງ ແກ່ສະມາຊິກຊຸມຊົນ ຊາວເອເຊັຍຕາເວັນອອກສຽງໃຕ້ ເພື່ອໃຫ້ເຂົ້າຫາແນວການເມືອງ ໄດ້

ຜູ້ນຳທີ່ຖືກເລືອກຕັ້ງຕ່າງໆ ຕັດສິນໃຈຫຼາຍເລື່ອງ ທີ່ສົ່ງຜົນກະທົບ ຕໍ່ຊີວິດຂອງພວກເຮົ າທຸກໆມື້. ພວກເຮົາສົ່ງເສີມ ແລະ ມອບພະລັງ ໃຫ້ແກ່ສະມາຊິກຊຸມຊົນ ຊາວເອເຊັຍຕາເວັນອອກສຽງໃຕ້ ເພື່ອໄປໃຊ້ສິດລົງຄະແນນສຽງເລືອກຕັ້ງ, ເຂົ້າຮ່ວມຂະບວນການໆເມືອງ, ແລະໃຊ້ສຽງລະບຸຄວາມກັງວົນ, ຄວາມຫວັງ, ແລະຄວາມຝັນຂອງພວກເຂົາເຈົ້າ.

ຜົນງານຂອງພວກເຮົາ

ງານໃດໆ ທີ່ກ່ຽວຂ້ອງ ຈະປັບປຸງໃຫ້ທັນ ຢູ່ນີ້

ງານໃດໆ ທີ່ກ່ຽວຂ້ອງ ຈະປັບປຸງໃຫ້ທັນ ຢູ່ນີ້