ກິດຈະກຳຂອງພວກເຮົາ

ບັນຫາເລື່ອງ:

ຍ້ອນຄວາມຊອກຊ້ຳໃນປະຫວັດສາດ, ຄວາມຍາກຈົນ, ການຈຳແນກກຸ່ມຄ້າຍລັກສະນະພາຍນອກທແບບໂຄງຮ່າງ, ແລະ ຄວາມຮຸນແຮງ, ຊາວເອເຊັຍຕາເວັນອອກສຽງໃຕ້ ມັກຈະດີ້ນຮົນກັບ ການເຂົ້າເຖິງສັບພະຍາກອນ ດ້ານເສດຖະກິດ, ດ້ານສຸຂະພາບຈິດ, ແລະ ຂຸມຊົນ ທີ່ຕ້ອງການ ເພື່ອຄວາມສຸກ ຄວາມຈະເຣີນ ໃນຂຸ້ມບ້ານ ຂອງ ພວກເຂົາເຈົ້າ.

ບັນຫານີ້ ເປັນເລື່ອງໃຫຍ່ສຳລັບຄອບຄົວ ທີ່ຮັບຜົນກະທົບຈາກ ການກັກຂັງ ແລະ ການເນຣະເທດ, ແລະ ຜູ້ທີ່ໄດ້ກັບຄືນບ້ານ ຫາຄົນທີ່ຮັກ ຫລັງຈາກໄດ້ປ່ອຍອອກມາຈາກຄຸກແລ້ວ.

ວິທີການ ແກ້ບັນຫາ ຂອງ ພວກເຮົາ:

ນະໂຍບາຍ

ພວກເຮົາ​ປ່ຽນລະບົບຕ່າງໆ ເພື່ອກີດກັ້ນ ແລະ ຍຸຕິການເນຣະເທດ ຢູ່ ຂັ້ນເມືອງ, ຣັດ, ແລະ ປະເທດ

1. ການຮັບຮອງ ນະໂຍບາຍຕ້ານການເນຣະເທດ

ພວກເຮົາຮ່ວມວຽກງານກັບ ອົງການພັນທະມິດ ລະດັບເມືອງ, ຣັດ, ແລະ ປະເທດຕ່າງໆ ເຊັ່ນ ອົງການພັນທະມິດ ເພື່ອການຍຸຕິ ການວາງສະມາຊິກຊຸມຊົນ ເປັນຜູ້ຮ້າຍ (DCC), ເຄືອຂ່າຍສິ້ງຊອມການກັກຂັງ (DWN), ເຄືອຂ່າຍເສຣີພາບເອເຊັຍຕາເວັນອອກສຽງໃຕ້ (SEAFN), ແລະ ເຄືອຂ່າຍປ້ອງກັນການເນຣະເທດ ຊາວເອເຊັຍຕາເວັນອອກສຽງໃຕ້ (SEADDN) ໃນຂະບວນການອີງໃສ່ເລື່ອງຕ່າງໆ ທີ່ກ່ຽງຂ້ອງກັບ ນະໂຍບາຍຕ້ານການເນຣະເທດ, ເຊັ່ນ, ແຕ່ບໍ່ແມ່ນພຽງແຕ່ ເລື່ອງເຫຼົ່ານີ້:

*ຍຸຕິການຮ່ວມມື ລະຫວ່າງຂັ້ນເມືອງ ກັບ ໜ່ວຍງານ ICE

*ຂະຫຍາຍການເຂົ້າເຖິງ ການບຳລຸງ ຫຼັງຈາກຕິດຄະດີ ຍ້ອນການດຳເນີນຄະດີ ແບບບໍ່ຖືກຕ້ອງ

*ຮັບຮອງ ກົດໝາຍຂັ້ນປະເທດ ໃຫ້ສະຫະຣັດອາເມຣິກາ ຮັບຜິດຊອບກັບຄວາມເສຍຫາຍຕ່າງໆ ທີ່ກໍ່ໄວ້ໃນພູມີພາກເອເຊັຍຕາເວັນອອກສຽງໃຕ້ ໃນຊ່ວງສົງຄາມຕ່າງໆ

2. ການຮຽກຮ້ອງ ເພື່ອການເປັນຕົວແທນ ທີ່ທົ່ວເຖິງ

ບຸກຄົນທີ່ກຳລັງດຳເນີນຄະດິ ບໍ່ໄດ້ຮັບຄວາມຊ່ວຍເຫຼືອດ້ານນິຕິກັມ ທີ່ຈ່າຍໂດຍຣັດຖະບານ, ເຊັ່ນ ທະນາຍຈຳເລີຍມະຫາຊົນ ໃນຄະດີອັດຊະຍາກັມຕ່າງໆ. ຫຼາຍເທື່ອ ພວກເຂົາເຈົ້າດຳເນີນທາງລະບົບນິຕິກັມຜູ້ດຽວ, ໃນຂະນະທີ່ ຕ້ອງດີ້ນຮົນກັບອຸປະສັກທາງດ້ານພາສາຕ່າງໆ ນຳອີກ. ເມື່ອບໍ່ມີຜູ້ແທນຊ່ວຍເຫຼືອ, ສະມາຊິກຊຸມຊົນສ່ວນຫຼາຍ ທີ່ໄດ້ຮັບຜົນກະທົບ ຈະມີສິດສູງ ທີ່ຈະຖືກເນຣະເທດ. As part of the Vera – SAFE Initiative, MN8 is launching a media campaign to push lawmakers to support government-funded legal counsel for every person facing threats of deportation.

ຄວາມຕ້ອງການພື້ນຖານ

ພວກເຮົາສະໜອງສັບພະຍາກອນຕ່າງໆ ໃຫ້ແກ່ຊາວເອເຊັຍຕາເວັນອອກສຽງໃຕ້ ເພື່ອຊ່ວຍເຫຼືອ ໃຫ້ພວກເຂົາເຈົ້າຈະເຣີນ

1. ການປະເມີນຄວາມຕ້ອງການ ຂອງ ຊຸມຊົນຊາວຂະເໝນ

ດ້ວຍການຮ່ວມມືກັບອົງການ Wilder Research, ພວກເຮົາຈັດໂຄງການໆ ປະເມີນຄວາມຕ້ອງການ ຂອງ ຊາວເອເຊັຍຕາເວັນອອກສຽງໃຕ້ ເພື່ອປະເມີນສັບພະຍາກອນຕ່າງໆ ທີ່ຫຼາຍຊຸມຊົນເອເຊັຍຕາເວັນອອກສຽງໃຕ້ ຕ້ອງການຫຼາຍທີ່ສຸດ ເຊັ່ນ ຄວາມຊ່ວຍເຫຼືອດ້ານທີ່ຢູ່ອາໄສ ແລະ ຄວາມຊ່ວຍເຫຼືອດ້ານອາຊີບການງານ ພ້ອມດ້ວຍສັບພະຍາກອນ ໃຫ້ແກ່ບຸກຄົນ ທີ່ປະເຊີນກັບຄວາມຮຸນແຮງ. ໂດຍການຮ່ວມມືກັບອົງການບໍຣິການໂດຍກົງທ້ອງຖິ່ນຕ່າງໆ, ພວກເຮົາຈະໃຫ້ຄຳແນະນຳສະມາຊິກຊຸມຊົນ ທຸກຄົນ ທີ່ກຳລັງສະແຫວງຫາຄວາມຊ່ວຍເຫຼືອ ແລະ ສະໜອງຄວາມຊ່ວຍເຫຼືອດ້ານພາສາ ຖ້າເປັນວ່າຕ້ອງການ.

2. ຄວາມຊ່ວຍເຫຼືອດ້ານສຸຂະພາບຈິດ

ສະມາຊິກຊຸມຊົນຕ່າງໆ ທີ່ໄດ້ຮັບຜົນກະທົບຈາກການເນຣະເທດ ຈະໄດ້ຮັບການແນະນຳ ໃຫ້ໃຊ້ການປິ່ນປົວດ້ານຈິດ ທີ່ມີທາງເລືອກ ທີ່ມີຄ່າໃຊ້ຈ່າຍໜ້ອຍ ຫຼື ບໍ່ມີຄ່າໃຊ້ຈ່າຍຫຍັງເລີຍ ແລະ ສັບພະຍາກອນສຸຂະພາບຈິດ ເຊັ່ນ ກຸ່ມໃຫ້ຄວາມຊ່ວຍເຫຼືອກັນແລະກັນ. ໃນຂະນະດຽວກັນ ພວກເຮົາອຳນວຍວົງເຕົ້າໂຮມ ເພື່ອຄວາມຍຸຕິທັມຢ່າງປ່ຽນແປງຮູບແບບ ເພື່ອຕອບຮັບກັບຄວາມຮັບຜິດຊອບ ແລະ ຄວາມເສຍຫາຍ ທີ່ເກີດຂຶ້ນໃນຊຸມຊົນ.

3. ຄວາມຊ່ວຍເຫຼືອທາງດ້ານການເງິນ ແລະ ອາຫານການກິນຕາມປະເພນີ

MN8 ມັກຈະໝັ່ນໄປຢ້ຽມຢາມສະມາຊິກຊຸມຊົນ ເພື່ອທີ່ຈະສະໜອງ ຄວາມຊ່ວຍເຫຼືອດ້ານການເງິນ ແລະ ອາຫານການກິນຕາມປະເພນີ. ໂດຍສະເພາະສະມາຊິກຊຸມຊົນຂະເໝນ ທີ່ຢູ່ແຖວເມືອງຣໍເຊັດສະເຕີ, ທາງເລືອກອາຫານຕາມປະເພນີຕ່າງໆ ຈະບໍ່ຄ່ອຍມີຫຼາຍ ຕາມຕະຫຼາດ.

ຜົນງານຂອງພວກເຮົາ

ງານໃດໆ ທີ່ກ່ຽວຂ້ອງ ຈະປັບປຸງໃຫ້ທັນ ຢູ່ນີ້

ງານໃດໆ ທີ່ກ່ຽວຂ້ອງ ຈະປັບປຸງໃຫ້ທັນ ຢູ່ນີ້