ຄວາມເປັນຕົວຕົນຂອງພວກເຮົາ

ພວກເຮົາແມ່ນບ້ານ ດ້ານການເມືອງ ໃຫ້ແກ່ຄອບຄົວ ຊາວເອເຊັຍຕາເວັນອອກສຽງໃຕ້

ວຽກງານຂອງພວາກເຮົາ ນຳເອົາບຸກຄົນແລະຄອບຄົວ ທີ່ຮັບຜົນກະທົບໜັກສຸດ ເປັນຫຼັກ. ພວກເຮົາສະແຫວງຫ​າການສ້າງໂລກໃບໜຶ່ງ ທີ່ສະໜອງການສະໜັບສະໜູນເທົ່າທີ່ຕ້ອງການ ໃຫ້ແກ່ບຸກຄົນແລະຄອບຄົວຕ່າງໆ ເພື່ອໃຫ້ພວກເຂົາເຈົ້ານັ້ນ ຫາຍດີ ແລະ ຈະເຣີນຕະຫຼອດທຸກໆ ຮຸ່ນ.

ພາຣະກິດຂອງພວກເຮົາ

ການສ້າງຄວາມແໜ້ນແຟ້ນ ລະຫວ່າງຊຸມຊົນ ຊາວເອເຊັຍຕາເວັນອອກສຽງໃຕ້ ໂດຍ ຄວາມຊ່ວຍເຫຼືອໂດຍກົງ, ການຮຽກຮ້ອງ, ການຈັດຕັ້ງຊຸມຊົນ, ແລະການພັດທະນາຄວາມເປັນຜູ້ນຳ ເພື່ອຄວາມປ່ຽນແປງ ທາງດ້ານສັງຄົມ ແລະ ແບບລະບົບການ

ຄວາມຄາດຄະເນຂອງພວກເຮົາ

ການສ້າງໂລກໃບໜຶ່ງ ທີ່ສະໜອງຄວາມຊ່ວຍເຫຼືອ ແລະ ໂອກາດຕ່າງໆ ໃຫ້ແກ່ບຸກຄົນ ແລະ ຄອບຄົວທັງຫຼາຍ ເທົ່າທີ່ເຂົາເຈົ້າຕ້ອງການ ເພື່ອທີ່ຈະ ຈະເຣີນຮຸ່ນຕໍ່ຮຸ່ນ ຕໍ່ໄປ.

ຄ່ານິຍົມຂອງພວກເຮົາ


ພວກເຮົາທັງໝົດ ມີຄວາມເຊື່ອມໂຍງ ຕໍ່ກັນແລະກັນ

ແລະ ຄວາມສາມັກຄີແມ່ນ ສິ່ງທີ່ຈຳເປັນ ເພື່ອການປ່ຽນແປງ ທີ່ເປັນລະບົບການ ແລະ ຢ່າງປ່ຽນຮູບແບບ.

ພວກເຮົາຈະຍຶດພື້ນທີ່ໄວ້

ໃຫ້ກັນແລະກັນ ແລະ ເຕີບໃຫຍ່ໃນພື້ນທີ່ໆ ພວກເຮົາຍຶດຄືນໄວ້.

ວຽກງານຂອງພວກເຮົາ

ຕ້ອງມີຫຼາຍໆ ບຸກຄົນ ແລະ ຄອບຄົວ ທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດ ເປັນຫຼັກ.

ເພາະວ່າໂລກ

ທີ່ພວກເຮົາຢາກມີ ບໍ່ທັນໄດ້ປະກົດເທື່ອ. ພວກເຮົາຕ້ອງປະຕິບັດ, ເປັນຄົນດັດແປງງ່າຍ ແລະ ປັບຕົວເອງໄດ້ ໃນຂະນະທີ່ ຂໍ້ແກ້ໄຂຕ່າງໆ ຈະປ່ຽນໄປຕະຫຼອດ ເຖິງແມ່ນວ່າ ພວກເຮົາອາດຈະຫຼົ້ມເຫຼວກໍຕາມ.

Yellow droplet icon

ພວກເຮົາເຊື່ອ

ວ່າ ການເຄື່ອນໄຫວທີ່ມີປະສິດທິພາບທັງຫຼາຍ ຕ້ອງຖືກສ້າງຂຶ້ນ ແລະ ພວກເຮົາຈະສະໜອງເຄື່ອງມື ສຳລັບການປິ່ນປົວ ໃຫ້ແກ່ຊຸມຊົນ ແລະ ໃຫ້ກາຍເປັນ ຜູ້ສ້າງການເຄື່ອນໄຫວ.

ພວກເຮົາເຊື່ອວ່າ ການເຕີບໃຫຍ່ສ່ວນຕົວ

ແລະ ການປ່ຽນແປງຢ່າງເປັນລະບົບການ ເປັນໄປໄດ້ ເມື່ອການເຄື່ອນໄຫວ ມີຄວາມຮັກ ການຟື້ນຟູ ແລະການປິ່ນປົວເປັນຫຼັກ. ພວກເຮົາຈະເຕືອນໃຈຕົວເຮົາເອງ ແລະ ກັນແລະກັນ ໃຫ້ພັກຜ່ອນແລະຫາຍດີ ເພື່ອຮັບປະກັນຄວາມເຕີບໃຫຍ່ ຂອງ ການເຄື່ອນໄຫວແບບຍືນຍົງ.