ຂໍ້ມູນຕ່າງໆ

ໃຫ້ຮຽນຮູ້ສິດທິຂອງທ່ານ

ຂໍ້ມູນເຫຼົ່ານີ້ ບົ່ງເຖິງສິດທິຂອງທ່ານ ເມື່ອໄດ້ພົວພັນກັບຕຳຫຼວດ ແລະ ໜ່ວຍງານ ICE ຢູ່ເຮືອນ, ບ່ອນເຮັດການ, ຕອນຂັບລົດ, ຫຼື ເມື່ອໄດ້ກັກຂັງແລ້ວ. ຄວາມຮູ້ແມ່ນອຳນາດ!

*ໝາຍເຫດ: ຕອນນີ້, ຂໍ້ມູນສ່ວນຫຼາຍ ທີ່ມີຢູ່ໜ້ານີ້ ຈະມີແຕ່ເປັນພາສາອັງກິດໃຫ້ອ່ານ. ເມື່ອ MN8 ຂະຫຍາຍຄວາມສາມາດໄດ້, ພວກເຮົາສະແຫວງທີ່ຈະແປຂໍ້ມູນອີກເພີ່ມເຕີມ.

ປຶ້ມພັບ

ເຊີນຮຽນຮູ້ ກ່ຽວກັບສິດທິຂອງທ່ານ ໃນຮູບແບບປຶ້ມພັບ 2 ໜ້າ ທີ່ໄດ້ແປເປັນພາສາຂະເໝນ, ມົ້ງ, ແລະຫວຽດ

ເຊີນອ່ານຕໍ່

ວີດີໂອ

ເຊີນຮຽນຮູ້ກ່ຽວກັບສິດທິຂອງທ່ານ ໃນຮູບແບບວີດີໂອ ເຊິ່ງໄດ້ແປເປັນພາສາຂະເໝນ, ມົ້ງ, ແລະຫວຽດ

ເຊີນເບິ່ງອີກເພີ່ມເຕີມ

ໃຫ້ຮຽນຮູ້ກ່ຽວກັບສິດທິຂອງທ່ານ–ຄູ່ມື

ຈັດພິມ ໂດຍ ໝູ່ເພື່ອນທີ່ Mijente, Puente Arizona, ໂຄງການເຂົ້າເມືອງແຫ່ງຊາດ ຂອງ ສະມາຄົມທະນາຍຄວາມແຫ່ງຊາດ, ແລະ ພັນທະມິດຊາວລາຕີໂນ ເພື່ອສິດທິມະນຸດ ແຫ່ງ ຣັດຈໍເຈັຍ (2017).

ເຊີນອ່ານຕໍ່

ເຄື່ອງມື ສະເພາະຄວາມສາມັກຄີ ລະຫວ່າງ ຊາວອາເມຣິກັນເອເຊັຍຕາເວັນອອກສຽງໃຕ້ ທຸກຄົນ:

 ສິ່ງທີ່ນຳການຕໍ່ສູ້ ຕໍ່ຕ້ານການເນຣະເທດ ແລະ ການກັກຂັງ ໂດຍ ຂະບວນການເຄື່ອນໄຫວ #ReleaseMN8

ສະມາຊິກຄອບຄົວມ, ຜູ້ຈັດຕັ້ງ, ແລະ ທະນານຄວາມຫຼາຍໆຄົນ ຈາກຂະບວນການເຄື່ອນໄຫວ #ReleaseMN8 ໄດ້ຮວບຮວມປະກອບເຄື່ອງມື ໂດຍ ອີງຕານປະສົບການ ຂອງ ພວກເຂົາເຈົ້າເອງ. ເຄື່ອງມືນັ້ນ ມີຂໍ້ມູນກ່ຽວກັບວິທີການດຳເນີນ ການຕໍ່ສູ້ຕໍ່ຕ້ານ ເພື່ອການປົດປ່ອຍ ຈາກການກັກຂັງແນວເຂົ້າເມືອງ ຂອງຄົນຮັກ ຂອງທ່ານ.

ຟອມຕ່າງໆ ແລະ ຂໍ້ມູນ ຂອງ USCIS

ຖ້າຫາກວ່າ ທ່ານກຳລັງດຳເນີນຂະບວນການໆ ເນຣະເທດຢູ່, ການຮ້ອງຂໍບົດບັນທຶກສ່ວນຕົວຂອງທ່ານ ຈະແມ່ນຂັ້ນຕອນທຳອິດ ໃນການຕໍ່ສູ້ ຕໍ່ຕ້ານຄະດີຂອງທ່ານ. ເຂີນກົດຂ້າງລຸ່ມ ເພື່ອທີ່ຈະເລີ່ມຕົ້ນ.

ຂໍ້ຕົກລົງຕ່າງໆ ກ່ຽວກັບ ການສົ່ງຄືນກັບປະເທດ

ສະຫະຣັດອາເມຣິກາ ໄດ້ເຊັນຂໍ້ຕົກລົງການສົ່ງຄືນກັບປະເທດ ກັບ ປະເທດກັມປູຊາ ແລະ ປະເທດຫວຽດນາມ ແລ້ວ. ນີ້ໝາຍຄວາມວ່າ ປະເທດກັມປູຊາ ແລະ ຫວຽດນາມ ກຳລັງອອກໜັງສືເດີນທາງ ໃຫ້ບາງຄົນ ທີ່ຣັດຖະບານສະຫະຣັດອາເມຣິກາ ໄດ້ສັ່ງໃຫ້ຖືກເນຣະເທດ.

ສັບພະຍາກອນເພີ່ມເຕີມ

ສັບພະຍາກອນເພີ່ມເຕີມ ສະເພາະຜູ້ລີ້ໄພ ທີ່ກຳລັງປະເຊີນກັບການເນຣະເທດ ໄປ ປະເທດ ກັມປູຊາ, ຫວຽດນາມ, ຫຼື ລາວ