ຈຸດເລີ່ມຕົ້ນ

ເລື່ອງລາວຂອງພວກ Original Minnesota 8

ໃນເດືອນສິງຫາ ປີ 2016, ຊາວອາເມຣິກັນເຊື້ອສາຍຂະເໝນຈາກຣັດມິນນິໂຊຕ້າ 8 ຄົນ–ລວມກັນມີຊື່ວ່າ MN8–ໄດ້ຖືກໜ່ວຍງານດຳເນີນການໆເຂົ້າເມືອງ ແລະ ສູນລະກາກອນ ຂອງ ສະຫະຣັດອາເມຣິກາ (ICE) ກັກຂັງ, ລວມທັງນ້ອງຊາຍຫຼ້າຂອງຜູ້ອຳນວຍການບໍຣິຫານ ແລະ ຜູ້ຮ່ວມຈັດຕັ້ງຂອງພວກເຮົາ ທ່ານນາງ ມົນທາ. ພວກ MN8 ໄດ້ກຳນົດໃຫ້ຖືກເນຣະເທດໄປກັມປູຊາ, ບ່ອນທີ່ພວກເຂົາເຈົ້າຫຼາຍຄົນ ບໍ່ຮູ້ອ່ານຫຼືຂຽນພາສາ, ພ້ອມວ່າບໍ່ແມ່ນພູມລຳເນົາຂອງພວກເຂົາເຈົ້າອີກ. ສ່ວນຫຼາຍ ພວກເຂົາເຈົ້າເກີດຢູ່ສູນອົບພະຍົບ ນອກຂອບເຂດປະເທດກັມປູຊາ. ແຕ່ພວກເຂົາເຈົ້າຖືກສົ່ງໄປສະຖານກົງສຸນຂະເໝນ ແລະ ຖືກບັງຄັບໃຫ້ເຊັນເອກະສານເດີນທາງ ເປັນພາສາທີ່ພວກເຂົາເຈົ້າບໍ່ເຂົ້າໃຈ.

ຄອບຄົວຂອງພວກເຂົາເຈົ້າ–ສ່ວນຫຼາຍແມ່ນແມ່ຍິງ, ຜູ້ເຖົ້າຜູ້ແກ່, ແລະເດັກນ້ອຍ–ເຕົ້າໂຮມອ້ອມຂ້າງພວກເຂົາເຈົ້າ ແລະ ຕໍ່ສູ້ຕໍ່ຕ້ານໂດຍຈັດຕັ້ງຊຸມຊົນ ຂອງ ພວກເຂົາເຈົ້າ. ນີ້ເປັນຕົ້ນກຳເນີດຂອງຂະບວນການທ້ອງຖິ່ນ #ReleaseMN8, ເຊິ່ງເປັນການເຄື່ອນໄຫວ ແບບຕັດຂ້າມຮຸ່ນທີ່ເປັນເອກະລັກ ນຳພາໂດຍສະມາຊິກຄອບຄົວ ທີ່ບໍ່ມີປະສົບການກັບການຈັດຕັ້ງມາກ່ອນ. ພວກເຂົາເຈົ້າປຸກລະດົມຄວາມຊ່ວຍເຫຼືອຈາກສະມາຊິກຊຸມຊົນ, ຫຼາຍທະນາຍຄວາມ, ອົງກອນອື່ນໆ, ແລະສະມາຊິກສະພາແຫ່ງຊາດ–ເຕົ້າໂຮມກັນຢູ່ນອກຫ້ອງການຂອງສະມາຊິກສະພາສູງ Amy Klobuchar, ຢູ່ສູນຊຸມຊົນທ້ອງຖິ່ນຕ່າງໆ, ແລະ ຍັງໄປນະຄອນຫຼວງວໍຊິງຕັນ ດີຊີ ເພື່ອທີ່ຈະໂອ້ລົມກັບ ອັກຄະຣາຊະທູດຂອງປະເທດກັມປູຊາ. ຢູ່ແຕ່ລະງານ ມີລູກນ້ອຍ, ເຖົ້າແກ່ຊາວຂະເໝນ ຜູ້ທີ່ຕອນນີ້ ໄດ້ສູນເສຍໄປແລ້ວ, ຜູ້ຮຽກຮ້ອງແທນຊຸມຊົນ, ອົງການຂ່າວສານຕ່າງໆ, ແລະອີກຫຼາຍກຸ່ມ. ພ້ອມດ້ວຍການຈັດຕັ້ງ ແລະ ການຕໍ່ສູ້ຕໍ່ຕ້ານນັ້ນແລ້ວ, ຄົນຮັກຂອງພວກ MN8 ຫຼາຍໆຄົນ ຂີ່ລົດຫຼາຍຊົ່ວໂມງ ແລະ ເສຍເງິນ ເພື່ອທີ່ຈະໄດ້ຢ້ຽມຢາມຄົນຮັກໄດ້ ພຽງແຕ່ 30 ນາທີ ຜ່ານການໂທທາງວີດີໂອ.

ຄວາມພະຍາຍາມອັນໃຫຍ່ຫຼວງ ຂອງ MN8, ຄົນຮັກຂອງພວກເຂົາເຈົ້າ, ແລະ ຜູ້ສະໜັບສະໜູນຊຸມຊົນຫຼາຍຄົນ ດຶງດູດຄວາມສົນໃຈ ຈາກຄົນທົ່ວປະເທດ ແລະ ນຳໄປສູ່ການປົດປ່ອຍໃນທີ່ສຸດ ຂອງ 3 ຜູ້ຊາຍ ໃນ 8 ຜູ້ຊາຍ ທີ່ຖືກກັກຂັງ. ເລື່ອງຂອງພວກເຮົາ ເລີ່ມຕົ້ນກັບແປດຊາຍເດັ່ນນີ້ ແລະ ຄົນຮັກຂອງພວກເຂົາເຈົ້າ.

Chamroeun “Shorty” Phan

ຊຳເຣີນ “ເຕັ້ຍ” ພານ (ລາວ) ເກີດຢູ່ສູນອົບພະຍົບ ທີ່ປະເທດໄທ. ລາວໄດ້ມາຮອດສະຫະຣັດອາເມຣິກາ ຕອນລາວອາຍຸ 1 ປີ ພ້ອມກັບພໍ່ແມ່ ແລະ ອ້າຍນ້ອງ ຂອງລາວ. ລາວເຄີຍເຮັດງານເປັນນັກຜະລິດຄອມພິວເຕີ ຢູ່ເມືອງອີແກັນ ໄດ້ມາ 10 ປີ ແລ້ວ. ລາວອາໄສຢູ່ເມືອງເມເປິນວູດ, ຣັດມິນນິໂຊຕ້າ ກັບພັນຣະຍາຂອງລາວ, ທີ່ມີຊື່ວ່າ ເກດວະລີ, ແລະ ລູກສາວສອງຄົນ, ລີລາ ແລະ ລິເດຍ. Iໃນເວລາວ່າງຂອງລາວ, ຊຳເຣີນມັກໄປຕຶກປາກັບຄອບຄົວ ແລະ ການຊ່ວຍເຫຼືອໂບດ. ລາວຖືກກັກຂັງເມື່ອວັນທີ 29 ເດືອນສິງຫາ ປີ 2016, ແລະໄດ້ຖືກປົດປ່ອຍເມື່ອວັນທີ 18 ເດືອນກັນຍາ ປີ 2017.

Chan Om

ຊັນ ອົມ (ລາວ) ໄດ້ມາຮອດສະຫະຣັດອາເມຣິກາຕອນລາວອາຍຸ 10 ປີ ໃນຖານະຜູ້ລີ້ໄພ. ລາວເປັນຄົນທີ່ຄົນອື່ນເຄົາຣົບນັບຖືຢູ່ບ່ອນເຮັດການ ທີ່ປະກອບອາຊີບ ເປັນຊ່າງແປງລົດ ແລະ ອາສາສະໝັກຢູ່ວັດພຸດ ທີ່ເມືອງແຮມປ໌ຕັນ, ຣັດມິນນິໂຊຕ້າ. ຊັນໄດ້ໝັ້ນໝາຍແລ້ວ ແລະ ໄດ້ເປັນແບບພໍ່ໃຫ້ແກ່ລູກລ້ຽງ ແລະ ຫຼານ ຫຼາຍຄົນ. ລາວໄດ້ຖືກກັກຂັງເມື່ອວັນທີ 26 ເດືອນສິງຫາ ປີ 2016, ແລະຖືກເນຣະເທດເມື່ອວັນທີ 28 ເດືອນມີນາ ປີ 2017. ຕອນນີ້ ຊັນກຳລັງພະຍາຍາມສ້າງຊີວິດໃໝ່ ຢູ່ເມືອງພະນົມເປັນ.

Chan Ouch

ຊັນ ອຸດ (ລາວ) ໄດ້ມາຮອດສະຫະຣັດອາເມຣິກາເມື່ອລາວອາຍຸ 12 ປີ ພ້ອມກັບພໍ່ແມ່ ແລະ ອ້າຍນ້ອງຫ້າຄົນ ຂອງລາວ. ລາວມີລູກທີ່ເປັນຜູ້ໃຫຍ່ແລ້ວ ແລະ ເປັນແບບພໍ່ ໃຫ້ແກ່ຫຼານສາວ ແລະ ຫຼານຊາຍ ຫຼາຍຄົນ. ຊັນມັກໃຊ້ເວລາກັບຄອບຄົວຂອງລາວ ຢູ່ເມືອງແຊເວດ, ຣັດມິນນິໂຊຕ້າ. ລາວຖືກກັກຂັງເມື່ອວັນທີ 26 ເດືອນສິງຫາ ປີ 2016, ແລະ ໄດ້ຖືກເນຣະເທດເມື່ອວັນທີ 28 ເດືອນມີນາ ປີ 2017. ລາວອາໄສຢູ່ເມືອງພະນົມເປັນ ແລະ ໄດ້ເປີດຮ້ານຂາຍເຄື່ອງຍ່ອຍ ແລະ ຮ້າກສັກລາຍ.

Ched Nin

ເຊັດ ນິນ (ລາວ) ໄດ້ເກີດ ແລະ ເຕີບໃຫຍ່ ຢູ່ສູນອົບພະຍົບຕ່າງໆ ທີ່ປະເທດໄທ ແລະ ປະເທດຟີລິປິນ ກ່ອນທີ່ມາຮອດສະຫະຣັດ ຕອນອາຍຸ 6 ປີ. ລາວໃຫຍ່ຢູ່ເມືອງແຟຣິໂບ ຣັດມິນນິໂຊຕ້າ, ບ່ອນທີ່ລາວ ມາຮູ້ຈັກກັບ ພັນຣະຍາຂອງລາວ ທີ່ມີຊື່ວ່າ ແຈນນີ. ພ້ອມກັນ, ທັງສອງເບິ່ງແຍງລູກ ຂອງ ພວກເຂົາເຈົ້າ ແລະ ພໍ່ແມ່ ຜູ້ສູງອາຍຸ. ເຊັດໄດ້ປະກອບອາຊີບ ເປັນຊ່າງໄມ້ ເປັນເວລາ 20 ປີ ແລະ ມັກເຄື່ອນໄຫວໃນຄຸ້ມບ້ານ ແລະ ຊຸມຊົນ. ລາວຖືກໜ່ວຍງານ ICE ກັກຂັງ ເມື່ອວັນທີ 26 ເດືອນສິງຫາ ປີ 2016, ແລະ ໄດ້ຖືກປົດປ່ອຍ ເມື່ອວັນທີ 24 ເດືອນກຸມພາ ປີ 2017.

Phoeuy Chuon

ເຜີຍ ຊວນ (ລາວ) ເກີດຢູ່ສູນອົບພະຍົບ ທີ່ປະເທດໄທ. ລາວອາຍຸສາມປີ ເມື່ອລາວມາຮອດສະຫະຣັດອາເມຣິກາ ພ້ອມກັບແມ່ ກັບອ້າຍນ້ອງ ຂອງລາວ. ລາວກຳລັງຢູ່ຢ່າງສຸກ ທີ່ເມືອງເຊັນທ໌ ພອລ ກັບພັນຣະຍາຂອງລາວ ທີ່ມີຊື່ວ່າ ເຣແອນ, ແລະລູກລ້ຽງສອງຄົນ ເປັນເວລາຫຼາຍກວ່າ 10 ປີ ກ່ອນທີ່ຊີວິດ ຂອງລາວ ປ່ຽນແປງໄປໝົດ. ເຜີໄດ້ຖືກກັກຂັງ ເມື່ອວັນທີ 26 ເດືອນສິງຫາ ປີ 2016, ແລະ ໄດ້ຖືກເນຣະເທດ ເມື່ອວັນທີ 28 ເດືອນມີນາ ປີ 2017. ລາວກຳລັງ ພະຍາຍາມສ້າງຊີວິດໃໝ່ ຢູ່ເມືອງຊຽມຣຽບ, ປະເທດກັມປູຊາ.

Ron An

ຣົນ ອັນ (ລາວ) ເກີດຢູ່ສູນອົບພະຍົບ ຢູ່ປະເທດຟີລິປິນ. ລາວໄດ້ອາຍຸສາມເດືອນ ເມື່ອຄອບຄົວຂອງລາວ ໄດ້ຕັ້ງຖິ່ນຖານໃໝ່ ທີ່ສະຫະຣັດອາເມຣິກາ. ຣົນເຄີຍຢູ່ເມືອງຣໍເຊັດສະເຕີ ຣັດມິນນິໂຊຕ້າ, ກັບລູກຫ້າຄົນ ແລະ ມີ ພໍ່ແມ່, ອ້າຍນ້ອງ, ຫຼານສາວ, ຫຼານຊາຍ, ແລະ ໝູ່ເພື່ອນ ຢູ່ອ້ອມຂ້າງ. ລາວໄດ້ຢູ່ໃນກຳມື ຂອງ ໜ່ວຍງານ ICE ເປັນເວລາເກົ້າເດືອນ ກ່ອນທີ່ຈະຖືກເນຣະເທດ ເມື່ອວັນທີ 28 ເດືອນມີນາ ປີ 2017. ຣົນອາໄສຢູ່ ແຄມຝັ່ງທະເລຂະເໝນ ທີ່ເມືອງກຳປົດ ແລະ ວາງແຜນວ່າ ຈະເປີດຢິມ.

Sameth Nhean

ສະເມັດ ໜຽນ (ລາວ) ເກີດຢູ່ສູນອົບພະຍົບ ທີ່ປະເທດໄທ ແລະ ຍົກຍ້າຍມາຢູ່ ສະຫະຣັດອາເມຣິກາ ເມື່ອອາຍຸ 2 ປີ. ລາວ ແລະ ພັນຣະຍາຂອງລາວ, ທີ່ຊື່ວ່າໂຊຄາ, ອາໄສຢູ່ເມືອງລອນສະເດລ ພ້ອມກັບລູກສີ່ຄົນ ຂອງລາວທັງສອງ. ສະເມັດມັກໄປຕຶກປາກັບຄອບຄົວ, ເຮັດວຽກປັບປຸງເຮືອນຊານ, ແລະຊ້ອມແປງລົດ. ລາວໄດ້ປະກອບອາຊີບ ເປັນຜູ້ກຳກັບ ໃຫ້ບໍ່ຣິສັດຜ້າສາຍ ເປັນເວລາ 16 ປີ. ລາວຖືກກັກຂັງ ເມື່ອວັນທີ 26 ເດືອນສິງຫາ ປີ 2016, ແລະ ໄດ້ຖືກປົດປ່ອຍ ເມື່ອວັນທີ 7 ເດືອນສິງຫາ ປີ 2017.

Soeun “Posy” Chheng

ໂຊເອິນ “ໂພຊີ” ຊະເຮັງ (ລາວ) ໄດ້ມາຮອດສະຫະຣັດອາເມຣິກາ ເມື່ອເປັນເດັກນ້ອຍ ພ້ອມກັບພໍ່ແມ່ ຜູ້ເປັນຜູ້ລີ້ໄພ. ລາວເຄີຍເປັນທີ່ຮັກຂອງຊຸມຊົນ, ໂດຍສະເພາະ ຢູ່ທີ່ຮ້ານຕັດຜົມ ບ່ອນລາວເຮັດການ ຢູ່ເມືອງວິລມາຣ໌ ຣັດມິນນິໂຊຕ້າ. ໂພຊີໄດ້ຖືກກັກຂັງ ເມື່ອວັນທີ 29 ເດືອນສິງຫາ ປີ 2016, ແລະ ໄດ້ຖືກເນຣະເທດ ເມື່ອວັນທີ 2 ເດືອນພືດສະພາ ປີ 2017. ລາວກຳລັງຢູ່ປະເທດກັມປູຊາ ແລະ, ເມື່ອເດືອນພຶດສະພາ ປີ 2018, ໄດ້ສະຫຼອງການເປີດຮ້ານຕັດຜົມຂອງລາວ ຢູ່ເມືອງພະນົມເປັນ. ໃນຖານະທີ່ເປັນລູກຂອງພຣະເຈົ້າ, ໂພຊີຮູ້ສຶກມີແຮງບັນດານໃຈ ທີ່ຮູ້ວ່າທຸກມື້ ແມ່ນໂອກາດ ທີ່ຈະເປັນຜົນກະທົບທາງບວກ ໃຫ້ແກ່ຄົນອື່ນ.